ມັນເປັນອີກປີທີ່ຂ້ອຍຕ້ອງຜ່ານເລື່ອງລາວຄົນດຽວ
ບາງສິ່ງບາງຢ່າງມັນເລີ່ມ ສອນໃຫ້ເຮົາຢຸດຢ່າງເປັນວົງວຽນ
ບາງເທືອຂ້ອຍອາດຈະເສົ້າ ແຕ່ບໍ່ເຄີຍດັບຄືແສງທຽນ
ສິ່ງໃດທີ່ຂ້ອຍນັ້ນຍັງບໍ່ຮູ້ ຂ້ອຍກໍ່ອອກໄປສະແຫວງຮຽນ
ມັນກໍດີຢູ່ ກັບບັນຍາກາດທີ່ງຽບສະງົບ
ບາງສິ່ງທີ່ຂ້ອຍໄດ້ຫວັງ ມັນອາດບໍ່ເປັນໄປຕາມທີ່ພົບ
ໜັງສືທີ່ຂ້ອຍຂຽນ ມັນເປື້ອນຫຼາຍໜ້າຈາກມຶກທີ່ລົບ
ມື້ນີ້ໝອນມັນບໍ່ມີນ້ຳຕາ ຄືທຸກໆຄັ້ງໃນຕອນທີ່ຊົບ
ຂ້ອຍປ່ຽນການໃຊ້ຊີວິດ ໂດຍອອກຈາກໂລກທີ່ຈຳເຈ
ຂ້ອຍອອກເດີນທາງຫຼາຍຂຶ້ນ ເພື່ອຫາຄວາມສຸກຂອງຕົນເອງ
ຂ້ອຍຕັດສິນໃຈຕ່າງໆ ໂດຍບໍ່ມີຄຳວ່າລັງເລ
ມື້ໃດທີ່ຂ້ອຍນັ້ນຢືນບໍ່ໄຫວ ກໍ່ຍັງມີເພື່ອນເປັນສຽງເພງ
ຂ້ອຍໄປພົບສິ່ງຕ່າງໆ ກັບອ້າຍນ້ອງຄືຄອບຄົວ
ຂ້ອຍລອງມາເກືອບທຸກຢ່າງ ທີ່ວົງວຽນຢູ່ຮອບຕົວ
ຂ້ອຍຖືກມາເກືອບທຸກຢ່າງ ຕັ້ງແຕ່ນ້ອຍຈົນຮູ້ຕົວ
ບາງເທືອຂ້ອຍອາດບໍ່ຟັງໃຜ ຈົນເບິ່ງເປັນຄົນບໍ່ຮູ້ຄວາມ
ອີກຫຼາຍຊີວິດ ທີ່ຕ້ອງດຳເນີນໄປ
ເວລາຫວ່າງ ຂ້ອຍເປີດບີດລຳເພີນໃຈ
ເລື່ອງຄວາມຮັກ ຊ່ວງນີ້ຂ້ອຍອາດຈະເມີນໄປ
ເພາະຂ້ອຍບໍ່ເຄີຍຈະສົມຫວັງ ແມ້ຂ້ອຍທົນເຈັບຈົນເກີນໄປ
ຄືຢູ່ໃນໂລກຂະໜານ ຕັ້ງແຕ່ໂຕຂ້ອຍມັນຫາຍເສົ້າ
ເຄີຍຢູ່ໃນຫ້ອງເປັນທິດ ຮ່າງກາຍຄືຄົນກະຫາຍເຫລົ້າ
ເອັນໂຕລົງຕຽງ ພ້ອມສຽງຫາຍໃຈທີ່ພາຍເບົາ
ສຸກໃດຈະດີເທົ່າກັບ ຄວາມສຸກຂອງໃຈແລະກາຍເຮົາ
ຊີວິດມັນໂຄດຈະສັ້ນ ບາງຄົນຢາກໃຊ້ແຕ່ໃຊ້ໄດ້ໃຊ້
ໂອກາດເຮົາບໍ່ຄືກັນ ສິ່ງໃດເຂົ້າມາກໍຄວ້າເອົາໄວ້
ສິ່ງໃດທີ່ຜິດພາດ ກໍ່ເກັບໄປເປັນບົດຮຽນໄວ້
ເພາະສຸດທ້າຍແລ້ວ ກໍ່ມີແຕ່ເຮົາທີ່ຄຽງໂຕເອງໄປຈຽນຕາຍ
ເບິ່ງໄປອານາຄົດ ຂ້ອຍຢາກມີພາບເບິ່ງວິວນ້ຳ
ຕອນອາທິດຕົກດິນ ຢູ່ກັບຄົນຮັກແບບfeelນັ້ນ
ຮູ້ວ່າທາງມັນຢາກ ຂ້ອຍເລີຍຕ້ອງhealໂຕເອງຊ້ຳ
ຮອດເວລາຕ້ອງໄປຕໍ່ ເພາະໝົດເວລາເຮົາchillແລ້ວ